ຍຸດທະສາດ ແລະ ວຽກຈຸດສຸມ 2026-2030
ສັງລວມຍຸດທະສາດ
ຍຸດທະສາດ ແລະ ວຽກຈຸດສຸມ ຂະແໜງການຍ່ອຍປະຖົມສຶກສາ
ການເຂົ້າເຖິງການສຶກສາ
1.1. ຫຼຸດຜ່ອນຄ່າໃຊ້ຈ່າຍຂອງຄອບຄົວໃນການເຂົ້າຮຽນຊັ້ນປະຖົມສຶກສາຢ່າງເທົ່າທຽມ ເພື່ອສົ່ງເສີມການເຂົ້າຮຽນ ແລະ ຫຼຸດຜ່ອນການປະລະການຮຽນ
- 1.1.1. ສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກ ໃນການຄັດເລືອກກຸ່ມເປົ້າໝາຍທີ່ຈະໄດ້ຮັບເບ້ຍລ້ຽງ, ກົນໄກການຈັດຕັ້ງປະຕິບັດ ລວມທັງການຕິດຕາມ ແລະ ການປະເມີນ;
- 1.1.2. ຂະຫຍາຍການສະໜອງເບ້ຍລ້ຽງໃຫ້ນັກຮຽນທຸກຍາກ ແລະ ດ້ອຍໂອກາດທີ່ເປັນກຸ່ມເປົ້າໝາຍ ລວມທັງນັກຮຽນພິການ;
- 1.1.3. ປັບປຸງນິຕິກໍາທີ່ຊ່ວຍຫຼຸດຜ່ອນລາຍຈ່າຍຄອບຄົວທີ່ຕິດພັນກັບການເຂົ້າຮຽນ ລວມທັງກົນໄກການຄັດເລືອກກຸ່ມເປົ້າໝາຍ ແລະ ການຈັດຕັ້ງປະຕິບັດການໃຫ້ເບ້ຍລ້ຽງ;
- 1.1.4. ສ້າງກົນໄກການຕິດຕາມ, ປະເມີນ ແລະ ລາຍງານ ສຳລັບວຽກງານອາຫານທ່ຽງໃນໂຮງຮຽນ ລວມທັງ ສືບຕໍ່ສະໜອງອາຫານທ່ຽງໃຫ້ນັກຮຽນ ໃນໂຮງຮຽນເປົ້າໝາຍ ໃຫ້ຖືກຫຼັກໂພຊະນາການ ແລະ
ຂະຫຍາຍຂອບເຂດພື້ນທີ່ເປົ້າໝາຍຂອງວຽກງານອາຫານທ່ຽງໃນໂຮງຮຽນ;
- 1.1.5. ສ້າງລະບົບຕິດຕາມນັກຮຽນທີ່ມີຄວາມສ່ຽງທີ່ຈະອອກໂຮງຮຽນ;
- 1.1.6. ສ້າງສິ່ງຈູງໃຈໃນການສົ່ງເສີມນັກຮຽນທີ່ມີຜົນການຮຽນດີ ແລະ ຮຽນເກັ່ງ.
1.2. ສ້າງສະພາບແວດລ້ອມພາຍໃນໂຮງຮຽນທີ່ປອດໄພ, ດຶງດູດ, ສົ່ງເສີມສຸຂະພາບ-ອະນາໄມ ແລະ ເອື້ອອໍານວຍ ຕໍ່ການຮຽນຮູ້ຢ່າງມີປະສິດທິພາບ ລວມທັງ ການສຶກສາຮຽນຮ່ວມ
- 1.2.1. ສະໜອງ, ສ້ອມແປງ ແລະ ບໍາລຸງຮັກສາໂຮງຮຽນ ໂຮງອາຫານ ລວມທັງ ຫ້ອງນໍ້າ/ວິດຖ່າຍ ໃຫ້ໄດ້ຕາມມາດຕະຖານ.
- 1.2.2. ສະໜອງ ແລະ ປັບປຸງສິ່ງອໍານວຍຄວາມສະດວກໃນການເຂົ້າຮຽນ ລວມທັງ ສໍາລັບ ການສຶກສາຮຽນຮ່ວມ.
- 1.2.3. ສະໜອງອຸປະກອນທີ່ຈໍາເປັນໃນການຮຽນການສອນ ລວມທັງ ອຸປະກອນຊ່ວຍເຫຼືອສໍາລັບນັກຮຽນພິການ;
- 1.2.4. ສ້າງຄວາມເຂັ້ມແຂງໃຫ້ຜູ້ບໍລິຫານການສຶກສາຂັ້ນທ້ອງຖິ່ນ ໃນການສ້າງສະພາບແວດລ້ອມທີ່ດີໃນໂຮງຮຽນ ລວມທັງວຽກງານອາຫານທ່ຽງໃນໂຮງຮຽນ.
- 1.2.5. ປັບປຸງນິຕິກໍາ ການພັດທະນາໂຮງຮຽນສີຂຽວ ພ້ອມທັງຊຸກຍູ້, ສົ່ງເສີມໂຮງຮຽນໃຫ້ກາຍເປັນໂຮງຮຽນສີຂຽວ;
- 1.2.6. ປົກປ້ອງການໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ເດັກ ແລະ ເດັກພິການໃນໂຮງຮຽນ;
- 1.2.7. ສົ່ງເສີມກິດຈະກໍານອກຫຼັກສູດອື່ນໆ ເຊັ່ນ: ການຫຼິ້ນ ແລະ ແຂ່ງຂັນກິລາ ແລະ ສິລະປະ;
- 1.2.8. ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາ ຂັ້ນເມືອງ, ຂັ້ນແຂວງ ໃນການສົ່ງເສີມສຸຂະພາບ, ສຸຂານາໄມ ແລະ ໂພຊະນາການ ລວມທັງ ອາຫານທ່ຽງໃນໂຮງຮຽນ;
- 1.2.9. ສົ່ງເສີມທັກສະຄວາມຮູ້ໃຫ້ແກ່ນັກຮຽນກ່ຽວກັບເພດສຶກສາ, ບົດບາດຍິງ-ຊາຍ, ລະເບີດບໍ່ທັນແຕກ, ການໃຊ້ຄວາມຮຸນແຮງ, ການສຶກສາຮຽນຮ່ວມ ແລະ ການປ້ອງກັນສິ່ງເສບຕິດໃນໂຮງຮຽນ;
- 1.2.10. ຕິດຕາມການປະເມີນວຽກງານສຸຂະພາບດີໃນໂຮງຮຽນ ຕາມຮູບແບບ 3 ດາວ.
1.3. ສົ່ງເສີມການມີສ່ວນຮ່ວມຂອງຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຊຸມຊົນໃນການພັດທະນາໂຮງຮຽນ
- 1.3.1. ສ້າງຄວາມເຂັ້ມແຂງໃຫ້ແກ່ ຄະນະພັດທະນາການສຶກສາຂັ້ນບ້ານ.
- 1.3.2. ຊຸກຍູ້ ສົ່ງເສີມ ລວມທັງ ໃຫ້ຄວາມຮູ້ ແກ່ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ພໍ່ແມ່ຜູ້ປົກຄອງ ໃຫ້ສົ່ງເສີມລູກຫຼານໃນເກນອາຍຸເຂົ້າຮຽນ ລວມທັງ ນັກຮຽນທີ່ປະລະການຮຽນ ໃຫ້ກັບມາຮຽນຄືນ ແລະ ສືບຕໍ່ຮຽນຈົນຈົບຊັ້ນປະຖົມສຶກສາ.
- 1.3.3. ຕິດຕາມ ຊ່ວຍເຫຼືອ ການປະຕິບັດໜ້າທີ່ຂອງ ຄະນະພັດທະນາການສຶກສາຂັ້ນບ້ານ.
1.4. ສົ່ງເສີມວຽກງານການຮຽນຮູ້ຕະຫຼອດຊີວິດໃນຊັ້ນປະຖົມສຶກສາ
- 1.4.1. ສົ່ງເສີມການຮຽນການສອນ ການຮຽນຮູ້ຕະຫຼອດຊີວິດ ທຸກຮູບແບບ.
- 1.4.2. ການເຊື່ອມສານການສຶກສາທັງໃນ ແລະ ນອກໂຮງຮຽນຢ່າງເປັນລະບົບ.
- 1.4.3. ສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນນອກໂຮງຮຽນ.
^ ເລື່ອນຂຶ້ນເທິງ
ຄຸນນະພາບ ແລະ ການຮຽນຮູ້
2.1. ສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດຫຼັກສູດ ແລະ ປັບປຸງການປະເມີນຜົນການຮຽນຂອງນັກຮຽນ ໃຫ້ສອດຄ່ອງກັບຫຼັກສູດຊັ້ນປະຖົມສຶກສາ
- 2.1.1. ສ້າງມາດຕະຖານການອອກຫົວບົດການສອບເສັງ ແລະ ຕິດຕາມການສອບເສັງນັກຮຽນເກັ່ງ ແລະ ຈົບຊັ້ນ ປ.5.
- 2.1.2. ທົບທວນນະໂຍບາຍການເລື່ອນຂັ້ນແບບຕໍ່ເນື່ອງ ເພື່ອໃຫ້ສອດຄ່ອງກັບຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່.
- 2.1.3. ສ້າງຄວາມເຂັ້ມແຂງໃນການປະເມີນ ເພື່ອປັບປຸງການຮຽນການສອນ (Formative assessment) ແລະ ປະເມີນຕົນເອງຕາມມາດຕະຖານຄຸນນະພາບຂັ້ນພື້ນຖານ ແລະ ສືບຕໍ່
ຈັດຕັ້ງປະຕິບັດຄູ່ມືການປະເມີນຜົນເພື່ອປັບປຸງການຮຽນການສອນ (Formative Assessment) ແລະ ນໍາໃຊ້ໃນທົ່ວປະເທດ ລວມທັງການຕິດຕາມການຈັດຕັ້ງປະຕິບັດ.
- 2.1.4. ສືບຕໍ່ຈັດຕັ້ງປະຕິບັດຄູ່ມືການບໍາລຸງນັກຮຽນທີ່ມີຜົນການຮຽນຕໍ່າ (remedial catch up) ແລະ ນໍາໃຊ້ໃນທົ່ວປະເທດ ລວມທັງການຕິດຕາມການຈັດຕັ້ງປະຕິບັດ.
- 2.1.5. ຊຸກຍູ້, ສົ່ງເສີມ ແລະ ຕິດຕາມ ການສອບເສັງນັກຮຽນເກັ່ງ ພ້ອມທັງ ປັບປຸງການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນໃຫ້ມີຄຸນນະພາບ;
- 2.1.6. ຕິດຕາມການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ.
- 2.1.7. ຈັດຕັ້ງປະຕິບັດການປະເມີນຕົນເອງຂອງໂຮງຮຽນຕາມມາດຕະຖານຄຸນນະພາບຂັ້ນພື້ນຖານ (ມຄພ).
- 2.1.8. ຕິດຕາມ ແລະ ປະເມີນປະສິດທິພາບຂອງການ ນໍາໃຊ້ ມຄພ ພາກ 3 ລວມທັງ ຄວາມໜ້າເຊື່ອຖືຂອງການປະເມີນ ແລະ ການນໍາໃຊ້ເຂົ້າໃນການປັບປຸງຜົນການຮຽນຂອງນັກຮຽນ.
- 2.1.9. ປະເມີນຜົນສໍາເລັດການຮຽນຂອງນັກຮຽນຊັ້ນປະຖົມສຶກສາ (SEA-PLM ປີ 2029 ແລະ ຂັ້ນ ປ.3 ໃນ 40 ເມືອງ).
2.2. ພັດທະນາສື່ ແລະ ສະໜອງອຸປະກອນການຮຽນ-ການສອນ ທີ່ມີຄຸນນະພາບ ຢ່າງພຽງພໍ ແນໃສ່ເພື່ອປັບປຸງຄຸນນະພາບການສຶກສາ
- 2.2.1. ສ້າງ ແລະ ສະໜອງສື່ການຮຽນການສອນ ສໍາລັບຊັ້ນປະຖົມສຶກສາ;
- 2.2.2. ສົ່ງເສີມ ແລະ ຊຸກຍູ້ຊ່ວຍເຫຼືອການຮຽນການສອນ ພາສາຕ່າງປະເທດ;
- 2.2.3. ສະໜອງສື່ ແລະ ອຸປະກອນ ICT ໃຫ້ແກ່ໂຮງຮຽນ ເພື່ອຊ່ວຍໃນການພັດທະນາວິຊາຊີບຄູ ແລະ ການຄຸ້ມຄອງບໍລິຫານໂຮງຮຽນ;
- 2.2.4. ສົ່ງເສີມການນໍາໃຊ້ການຮຽນຮູ້ດ້ານດີຈີຕອນ, ICT ເຂົ້າໃນ ການຮຽນການສອນ (ການນໍາໃຊ້ແພລັດຟອມດິຈິຕອນ ແລະ ຄັງປັນຍາລາວ) ລວມທັງ ການສຶກສາຮຽນຮ່ວມ ໂດຍຫັນເປັນດີຈີຕອນ ແລະ ປັນຍາປະດິດ;
- 2.2.5. ພັດທະນາຫຼັກສູດ, ປື້ມແບບຮຽນ ແລະ ຄູ່ມືຄູ ຊັ້ນປະຖົມສຶກສາ ລວມທັງການສຶກສາຮຽນຮ່ວມ ຕາມການປະຕິຮູບລະບົບການສຶກສາ;
- 2.2.6. ສົ່ງເສີມການຮຽນການສອນດ້ານວິທະຍາສາດ, ກິລາ ແລະ ສີລະປະ;
2.3. ພັດທະນາວິຊາຊີບຄູແບບຕໍ່ເນື່ອງຊັ້ນປະຖົມສຶກສາ ທີ່ມີຄຸນນະພາບ ເພື່ອພັດທະນາຂີດຄວາມສາມາດໃຫ້ແກ່ຄູ ແລະ ປັບປຸງປະສິດທິພາບການເຮັດໜ້າທີ່ຂອງຄູ
- 2.3.1. ຍຸດທະສາດ ແລະ ວຽກຈຸດສຸມໃນການພັດທະນາວິຊາຊີບຄູແບບຄູແບບຕໍ່ເນື່ອງ ລວມທັງການສ້າງຄູ ແມ່ນລະບຸໃນແຜນຂອງຂະແໜງການຍ່ອຍການສຶກສາຄູ (4.1.1.5).
- 2.3.2. ສ້າງຄວາມເຂັ້ມແຂງໃຫ້ຄູກ່ຽວກັບວິທີການສອນຫ້ອງຄວບ;
- 2.3.3. ຕິດຕາມຊຸກຍູ້ຊ່ວຍເຫຼືອ ແລະ ປະເມີນການປະຕິບັດໜ້າທີ່ ຂອງຜູ້ເຮັດວຽກສຶກສານິເທດ, ນິເທດກຸ່ມໂຮງຮຽນ, ຜູ້ອຳນວຍການ, ຄູປະຈໍາການ, ຄູສອນຫ້ອງຄວບ ແລະ ຄູທີ່ໄດ້ຮັບຕຳແໜ່ງວິຊາການຄູ ລວມທັງການສຶກສາຮຽນຮ່ວມ.
2.4. ປັບປຸງການຮຽນຮູ້ ການອ່ານອອກ ຂຽນໄດ້ ແລະ ຄິດໄລ່ເປັນ ໃນຊັ້ນປະຖົມຂັ້ນຕົ້ນ
- 2.4.1. ສືບຕໍ່ດໍາເນີນ ແຜນງານສະໜັບສະໜູນການສອນພາສາລາວ ລວມທັງ ການຝຶກອົບຮົມໃຫ້ແກ່ຄູທີ່ບັນຈຸໃໝ່;
- 2.4.2. ສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນພາສາລາວ ແລະ ຄະນິດສາດໃນຊັ້ນປະຖົມຂັ້ນຕົ້ນ;
- 2.4.3. ສ້າງຄວາມເຂັ້ມແຂງໃຫ້ແກ່ຄູ ໃນການບໍາລຸງນັກຮຽນທີ່ມີຜົນການຮຽນຕໍ່າ ວິຊາພາສາລາວ ແລະ ຄະນິດສາດ;
- 2.4.4. ຕິດຕາມການຈັດຕັ້ງການຮຽນການສອນ ແລະ ການບຳລຸງນັກຮຽນທີ່ມີຜົນການຮຽນຕໍ່າ.
^ ເລື່ອນຂຶ້ນເທິງ
ບໍລິຫານ-ຄຸ້ມຄອງ
1.1. ຍົກສູງປະສິດທິພາບລະບົບການຄຸ້ມຄອງໂຮງຮຽນປະຖົມສຶກສາ
- 1.1.1. ປັບປຸງນິຕິກຳໃນການບໍລິຫານຄຸ້ມຄອງໂຮງຮຽນປະຖົມ ແລະ ການນໍາໃຊ້ ICT ເຂົ້າໃນການຄຸ້ມຄອງໂຮງຮຽນລວມທັງແຜນງານການຂະຫຍາຍ ແລະ ການຄຸ້ມຄອງອາຫານທ່ຽງໃນໂຮງຮຽນ;
- 1.1.2. ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານແຕ່ລະຂັ້ນ ໃນການບໍລິຫານຄຸ້ມຄອງໂຮງຮຽນປະຖົມ ລວມທັງ ໃນການຄຸ້ມຄອງ ການຮຽນການສອນ ແລະ ປັບປຸງການສ້າງແຜນທີ່ການສຶກສາຄືນໃໝ່;
- 1.1.3. ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ອຳນວຍການໂຮງຮຽນດ້ານວິຊາການ, ດ້ານນະໂຍບາຍ ແລະ ດ້ານການບໍລິຫານຄຸ້ມຄອງໂຮງຮຽນ ລວມທັງແຜນງານການຂະຫຍາຍ ແລະ ການສະໜອງອາຫານທ່ຽງໃນໂຮງຮຽນ;
- 1.1.4. ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານແຕ່ລະຂັ້ນ ແລະ ໃຫ້ຄວາມຮູ້ແກ່ນັກຮຽນກ່ຽວກັບວຽກງານຕ້ານການຄ້າມະນຸດໃນໂຮງຮຽນ.
- 1.1.5. ສົ່ງເສີມຄວາມຮູ້ໃຫ້ແກ່ໂຮງຮຽນ ແລະ ທ້ອງຖິ່ນ ໃນການຜະລິດກະສິກຳທຸກຮູບແບບ ໃນການສະໜອງອາຫານທ່ຽງໃນໂຮງຮຽນ; ລວມທັງ ສົ່ງເສີມຄວາມຮູ້ດ້ານອາຫານທີ່ຖືກຫຼັກໂພຊະນາການ ແລະ ການຄຸ້ມຄອງອາຫານທີ່ປອດໄພໃນໂຮງຮຽນ;
- 1.1.6. ສົ່ງເສີມການມີສ່ວນຮ່ວມຈາກຫຼາຍພາກສ່ວນໃນການພັດທະນາໂຮງຮຽນ;
- 1.1.7. ສ້າງລະບົບການຕິດຕາມຜົນໄດ້ຮັບໃນການບໍລິຫານຄຸ້ມຄອງໂຮງຮຽນ ລວມແຜນງານອາຫານທ່ຽງໃນໂຮງຮຽນ;
- 1.1.8. ກະກຽມການປັບປຸງລະບົບການສຶກສາຊັ້ນປະຖົມຈາກ 5 ປີ ເປັນ 6 ປີ.
- 1.1.9. ຍົກສູງປະສິດທິພາບໃຫ້ແກ່ລະບົບການນິເທດພາຍໃນ, ກຸ່ມໂຮງຮຽນ ແລະ ພາຍໃນສຶກສາຕາແສງ;
- 1.1.10. ກຳນົດນະໂຍບາຍໃນການສົ່ງເສີມຍ້ອງຍໍຄູ, ນັກຮຽນ, ໂຮງຮຽນຕົວແບບ, ກຸ່ມໂຮງຮຽນຕົວແບບ;
- 1.1.11. ຈັດຕັ້ງປະຕິບັດ ການຄຸ້ມຄອງທີ່ອີງໃສ່ໂຮງຮຽນເປັນຫຼັກ (SBM) ລວມທັງ ຕິດຕາມ ແລະ ປະເມີນ ປະສິດທິພາບຂອງ SBM.
- 1.1.12. ຈັດຕັ້ງປະຕິບັດ ມຄພ (FQS) ເພື່ອປັບປຸງການສ້າງແຜນ ແລະ ການປັບປຸງໂຮງຮຽນ ລວມທັງ ຕິດຕາມ ແລະ ປະເມີນ ປະສິດທິພາບຂອງ ມຄພ ໃນຊັ້ນປະຖົມສຶກສາ.
- 1.1.13. ພັດທະນາວິຊາຊີບແບບຕໍ່ເນື່ອງ ໃຫ້ແກ່ຜູ້ອໍານວຍການໂຮງຮຽນ ລວມທັງການສ້າງຄວາມເຂັ້ມແຂງໃນວຽກງານ SBM ແລະ ມຄພ.
(ລາຍລະອຽດກ່ຽວກັບການພັດທະນາວິຊາຊີບແບບຕໍ່ເນື່ອງໃຫ້ແກ່ຜູ້ບໍລິຫານການສຶກສາ
ແມ່ນຈະຢູ່ໃນແຜນຄຸ້ມຄອງບຸກຄະລາກອນ ຂໍ້ 4.1.4.3).
- 1.1.14. ສ້າງ ແລະ ປັບປຸງ ນິຕິກໍາ ແລະ ລະບົບການຄັດເລືອກ ແລະ ແຕ່ງຕັ້ງ ຜູ້ອໍານວຍຊັ້ນປະຖົມສຶກສາ ໂດຍຍົກສູງເພດຍິງໃນການດໍາລົງຕໍາແໜ່ງຜູ້ອໍານວຍການເພື່ອປັບປຸງຄວາມສະເໝີພາບຍິງ-ຊາຍ.
- 1.1.15. ສົ່ງເສີມການສ້າງຕັ້ງໂຮງຮຽນຕົວແບບ ແລະ ກຸ່ມໂຮງຮຽນປະຖົມຕົວແບບ, ໂຮງຮຽນຕົວແບບດ້ານການສຶກສາຮຽນຮ່ວມ ແລະ ໂຮງຮຽນຕົວແບບອາ ຫານທ່ຽງໃນໂຮງຮຽນ.
1.2. ການສະໜອງ ແລະ ຈັດສັນຊັບພະຍາກອນດ້ານງົບປະມານ ແລະ ບຸກຄະລາກອນຢ່າງພຽງພໍ ແລະ ເທົ່າທຽມ
- 1.2.1. ຕິດຕາມ ແລະ ປະເມີນຜົນໄດ້ຮັບ ການສະໜອງເງິນບໍລິຫານສະຖານການສຶກສາ ລວມທັງການສະໜອງ ເງິນອາຫານທ່ຽງໃນໂຮງຮຽນ; (ຍຸດທະສາດສະເພາະ ສໍາລັບ ການປັບປຸງ ເງິນບໍລິຫານສະຖານການສຶກສາ
ແມ່ນຢູ່ໃນແຜນຄຸ້ມຄອງການເງິນ ຂໍ້ 4.1.4.2);
- 1.2.2. ທົບທວນ ແລະ ປັບປຸງ ລະບົບການຈັດສັນຄູ ລວມທັງ ລະບົບຄູຕາມສັນຍາ ເພື່ອແຈກຢາຍຄູຢ່າງພຽງພໍ ແລະ ເທົ່າທຽມ.
(ຍຸດທະສາດສະເພາະ ສໍາລັບການຈັດສັນຄູ ແມ່ນຢູ່ໃນແຜນຄຸ້ມຄອງບຸກຄະລາກອນ ຂໍ້ 4.1.4.3).
1.3. ການຄຸ້ມຄອງຄວາມສ່ຽງ ຕໍ່ໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ໃນຂະແໜງການສຶກສາ
- 1.3.1. ພັດທະນາຄູ່ມືຄວາມຮູ້ກ່ຽວກັບການໂຕ້ຕອບໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ.
- 1.3.2. ສ້າງຄວາມເຂັ້ມແຂງໃຫ້ແກ່ ຜູ້ບໍລິຫານການສຶກສາ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ໃນການປ້ອງກັນໄພພິບັດໃນໂຮງຮຽນ;
- 1.3.3. ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ອໍານວຍການໂຮງຮຽນ ແລະ ຄູສອນ ໃນການໂຕ້ຕອບໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ;
- 1.3.4. ພັດທະນາລະບົບ ໃນການຕິດຕາມ ຄວາມສ່ຽງໄພພິບັດ ທີ່ອາດຈະເກີດຂຶ້ນໃນໂຮງຮຽນ.
1.4. ສົ່ງເສີມການສ້າງຕັ້ງໂຮງຮຽນ ຕົວແບບ ແລະ ກຸ່ມໂຮງຮຽນ ປະຖົມຕົວແບບ
- 1.4.1. ສົ່ງເສີມການພັດທະນາໂຮງຮຽນ ໃຫ້ເປັນໂຮງຮຽນຕົວແບບ ແລະ ກຸ່ມໂຮງຮຽນຕົວແບບ;
- 1.4.2. ສົ່ງເສີມການພັດທະນາໂຮງຮຽນຕົວແບບດ້ານການສຶກສາຮຽນຮ່ວມ;
- 1.4.3. ສົ່ງເສີມການພັດທະນາໂຮງຮຽນຕົວແບບອາຫານທ່ຽງໃນໂຮງຮຽນ.
1.5. ໂຄສະນາປຸກລະດົມ ແລະ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ
- 1.5.1. ໂຄສະນາປຸກລະດົມ ແລະ ຈັດກິດຈະກໍາສົ່ງເສີມການເຂົ້າຮຽນ ເພື່ອໃຫ້ເຫັນຄວາມສໍາຄັນຂອງການສຶກສາ;
- 1.5.2. ຍົກບົດບາດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ຄະນະພັດທະນາການສຶກສາຂັ້ນບ້ານ ໃນການສ້າງແຜນ ແລະ ຄຸ້ມຄອງໂຮງຮຽນ;
- 1.5.3. ຊຸກຍູ້ການມີສ່ວນຮ່ວມຂອງຊຸມຊົນ ແລະ ພໍ່ແມ່ໃນການພົບປະ ແລະ ເຂົ້າຮ່ວມກິດຈະກຳຕ່າງໆຂອງໂຮງຮຽນ.
^ ເລື່ອນຂຶ້ນເທິງ
ຍຸດທະສາດ ແລະ ວຽກຈຸດສຸມ ຂະແໜງການຍ່ອຍມັດທະຍົມສຶກສາຕອນຕົ້ນ
ການເຂົ້າເຖິງການສຶກສາ
1.1. ຫຼຸດຜ່ອນຄ່າໃຊ້ຈ່າຍຂອງຄອບຄົວໃນການເຂົ້າຮຽນຊັ້ນ ມ.ຕົ້ນ ຢ່າງເທົ່າທຽມ ເພື່ອສົ່ງເສີມການເຂົ້າຮຽນ ແລະ ຫຼຸດຜ່ອນການປະລະ
- 1.1.1. ຂະຫຍາຍການສະໜອງເບ້ຍລ້ຽງໃຫ້ນັກຮຽນທຸກຍາກ ແລະ ດ້ອຍໂອກາດທີ່ເປັນກຸ່ມເປົ້າໝາຍ (ໃນເຂດຫ່າງໄກ, ພິການ, ທຸກຍາກ) ລວມແຜນງານອາຫານທ່ຽງໃນໂຮງຮຽນ.
- 1.1.2. ສ້າງຄວາມເຂັ້ມແຂງໃຫ້ແກ່ ກົນໄກໃນການຄັດເລືອກກຸ່ມເປົ້າໝາຍທີ່ຈະໄດ້ຮັບເບ້ຍລ້ຽງ ແລະ ການຈັດຕັ້ງປະຕິບັດ ລວມທັງການຕິດຕາມ ແລະ ການປະເມີນ ທີ່ສົ່ງຜົນມີຕໍ່ການເຂົ້າຮຽນ.
- 1.1.3. ສ້າງ ແລະ ຈັດຕັ້ງປະຕິບັດນິຕິກໍາ ທີ່ລຶບລ້າງຄ່າຮຽນ ຫຼື ຄ່າປະກອບສ່ວນຕ່າງໆຂອງພໍ່ແມ່ (ຍົກເວັ້ນກໍລະນີ ສະໝັກໃຈໃນການປະກອບສ່ວນ).
- 1.1.4. ທົບທວນ ຄວາມເປັນໄປໄດ້ໃນການຫຼຸດຜ່ອນຄ່າໃຊ້ຈ່າຍຂອງຄົວເຮືອນທີ່ຕິດພັນກັບການເຂົ້າຮຽນ ເຊັ່ນ ຄ່າຊຸດນັກຮຽນ ທັງສ້າງເປັນແຜນປະຕິບັດງານ ໃນປີ 2026.
- 1.1.5. ສ້າງສິ່ງຈຸງໃຈໃນການສົ່ງເສີມນັກຮຽນ ທີ່ມີຜົນການຮຽນດີ ແລະ ຮຽນເກັ່ງ.
- 1.1.6. ສ້າງ ແລະ ສະໜອງສິ່ງອໍານວຍຄວາມສະດວກໃຫ້ນັກຮຽນໃນຫໍພັກ.
1.2. ທົບທວນ ນິຕິກໍາ ກ່ຽວກັບການຊຸກຍູ້, ສົ່ງເສີມການເຂົ້າຮຽນຂອງນັກຮຽນທຸກຄົນທີ່ຮຽນຈົບ ປ.5 ເຂົ້າຮຽນຕໍ່ຊັ້ນ ມ.ຕົ້ນ ຢ່າງມີຄຸນນະພາບ
- 1.2.1. ສ້າງ ແລະ ປັບປຸງ ນິຕິກໍາກ່ຽວກັບການຄຸ້ມຄອງໂຮງຮຽນ ລວມທັງ ການສຶກສາຮຽນຮ່ວມ.
- 1.2.2. ຄົ້ນຄວ້າ ຄວາມເປັນໄປໄດ້ໃນການຂະຫຍາຍການສະໜອງອາຫານທ່ຽງໃນຊັ້ນ ມ.ຕົ້ນ ໃນໂຮງຮຽນເປົ້າໝາຍ.
- 1.2.3. ສະໜອງສິ່ງອໍານວຍຄວາມສະດວກໃນການເຂົ້າຮຽນ ລວມທັງການຮຽນຮ່ວມ.
- 1.2.4. ສ້າງມາດຕະຖານຄຸນນະພາບຂັ້ນພື້ນຖານສໍາລັບຊັ້ນມັດທະຍົມສຶກສາຕອນຕົ້ນ.
1.3. ສົ່ງເສີມການມີສ່ວນຮ່ວມຂອງ ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຊຸມຊົນໃນພັດທະນາໂຮງຮຽນ
- 1.3.1. ສ້າງ, ປັບປຸງ ແລະ ເຜີຍແຜ່ ນິຕິກໍາ ກ່ຽວກັບການມີສ່ວນຮ່ວມຂອງ ຊຸມຊົນ ແລະ ສັງຄົມ ຕໍ່ການສ້າງແຜນພັດທະນາໂຮງຮຽນ ແລະ ປະກອບສ່ວນໃນການຈັດຕັ້ງປະຕິບັດ.
- 1.3.2. ສ້າງຄວາມເຂັ້ມແຂງໃຫ້ແກ່ ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຊຸມຊົນ.
- 1.3.3. ປຸກລະດົມຂົນຂວາຍຊຸມຊົນໃຫ້ຊຸກຍູ້ສົ່ງເສີມລູກຫຼານໃຫ້ເຂົ້າຮຽນ ແລະ ຮຽນຈົນຈົບຊັ້ນມັດທະຍົມສຶກສາຕອນຕົ້ນ.
- 1.3.4. ຕິດຕາມ ຊຸກຍູ້ຊ່ວຍເຫຼືອການປະຕິບັດໜ້າທີ່ຂອງສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຊຸມຊົນ.
1.4. ສົ່ງເສີມສະພາບແວດລ້ອມພາຍໃນໂຮງຮຽນທີ່ປອດໄພ, ສົ່ງເສີມສຸຂະພາບ, ເປັນທີ່ດຶງດູດ ແລະ ເອື້ອອໍານວຍ ຕໍ່ການຮຽນຮູ້ຢ່າງມີປະສິດທິພາບ ລວມທັງການສຶກສາຮຽນຮ່ວມ
- 1.4.1. ປັບປຸງ ພຶ້ນຖານໂຄງລ່າງ, ສະພາບແວດລ້ອມ ແລະ ສິ່ງອໍານວຍຄວາມສະດວກ ໃຫ້ໄດ້ຕາມມາດຕະຖານຄຸນນະພາບ ຂັ້ນພຶ້ນຖານຊັ້ນມັດທະຍົມສຶກສາຕອນຕົ້ນ (ໄຟຟ້າ, ນໍ້າສະອາດ, ຫ້ອງນໍ້າ (ແຍກ ຍິງ-ຊາຍ), ລວມທັງເພື່ອການສຶກສາຮຽນຮ່ວມ.
- 1.4.2. ສະໜອງອຸປະກອນການຮຽນການສອນ (ປຶ້ມແບບຮຽນ, ປຶ້ມຂຽນ, ກະດານດຳ, ອຸປະກອນໄອຊີທີ, ປຶ້ມນິທານ, ປຶ້ມອ່ານເສີມ ແລະ ອື່ນໆ) ແລະ ອຸປະກອນຊ່ວຍເຫຼືອສໍາລັບນັກຮຽນພິການ.
- 1.4.3. ສ້າງ, ປັບປຸງ ແລະ ເຜີຍແຜ່ນິຕິກໍາກ່ຽວກັບວຽກງານສົ່ງເສີມສຸຂະພາບໃນໂຮງຮຽນ.
- 1.4.4. ສົ່ງເສີມທັກສະ, ຄວາມຮູ້ແກ່ນັກຮຽນກ່ຽວກັບ ເພດສຶກສາ, ບົດບາດຍິງ-ຊາຍ, ລະເບີດບໍ່ທັນແຕກ, ການສະກັດກັ້ນສິ່ງເສບຕິດ, ການໃຊ້ຄວາມຮຸນແຮງ, ຕ້ານການຄ້າມະນຸດ, ການສຶກສາຮຽນຮ່ວມ ແລະ ອື່ນໆ.
- 1.4.5. ສ້າງຄວາມເຂັ້ມແຂງໃນການປະສານສົມທົບກັບ ສາທາລະນະສຸກຂັ້ນທ້ອງຖິ່ນ ເພື່ອສົ່ງເສີມສຸຂະພາບ, ສຸຂານາໄມ ແລະ ໂພສະນາການໃນໂຮງຮຽນ ລວມທັງ ປະຕິບັດນະໂຍບາຍການປົກປ້ອງເດັກ.
- 1.4.6. ສົ່ງເສີມກິດຈະກໍານອກຫຼັກສູດອື່ນໆ ເຊັ່ນ: ສ້າງສະໂມສອນເດັກຍິງ, ການຫຼິ້ນ ແລະ ແຂ່ງຂັນກິລາ, ສິລະປະ, ວິທະຍາສາດ ແລະ ອື່ນໆ.
1.5. ສົ່ງເສີມການຮຽນຮູ້ຕະຫຼອດຊີວິດໃນຊັ້ນມັດທະຍົມສຶກສາຕອນຕົ້ນ
- 1.5.1. ສ້າງ ແລະ ປັບປຸງ ນິຕິກໍາ ແລະ ລະບຽບການ ກ່ຽບກັບ ການຮັບຮູ້, ການຢັ້ງຢືນ ຜົນການຮຽນທຸກຮູບແບບ (ການຮຽນຮູ້ຕະຫຼອດຊີວິດ).
- 1.5.2. ສົ່ງເສີມການການຮຽນການສອນ ການຮຽນຮູ້ຕະຫຼອດຊີວິດ ທຸກຮູບແບບ.
- 1.5.3. ການເຊື່ອມສານການສຶກສາທັງໃນ ແລະ ນອກໂຮງຮຽນຢ່າງເປັນລະບົບ.
- 1.5.4. ສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນນອກໂຮງຮຽນ.
^ ເລື່ອນຂຶ້ນເທິງ
ຄຸນນະພາບ ແລະ ການຮຽນຮູ້
2.1. ສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດຫຼັກສູດ ແລະ ການປະເມີນການຮຽນຂອງນັກຮຽນ ເພື່ອປັບປຸງຜົນການຮຽນ
- 2.1.1. ດໍາເນີນການປະເມີນຜົນການຈັດຕັ້ງປະຕິບັດ ການສະໜອງສາມັນວິຊາຊີບໃນໂຮງຮຽນມັດທະຍົມ (ໃນຊັ້ນ ມ.ຕົ້ນ ແລະ ມ.ປາຍ).
- 2.1.2. ໂດຍອີງໃສ່ຜົນການປະເມີນ, ສ້າງແຜນຍຸດທະສາດການຂະຫຍາຍສາມັນວິຊາຊີບ ໃນຊັ້ນມັດທະຍົມຕອນຕົ້ນ.
- 2.1.3. ສືບຕໍ່ພັດທະນາຄູ່ມື ແລະ ເອກະສານ ການປະເມີນຜົນເພື່ອປັບປຸງການຮຽນການສອນ (Formative Assessment) ໃຫ້ສໍາເລັດ ແລະ ນໍາໃຊ້ໃນທົ່ວປະເທດ ພາຍໃນປີ ...... ລວມທັງດໍາເນີນ ແລະ ຕິດຕາມການຈັດຕັ້ງປະຕິບັດ.
- 2.1.4. ສືບຕໍ່ພັດທະນາຄູ່ມື ແລະ ເອກະສານ ຄູ່ມືການບໍາລຸງນັກຮຽນທີ່ມີຜົນການຮຽນຕໍ່າ (remedial catch up) ໃຫ້ສໍາເລັດ ແລະ ນໍາໃຊ້ໃນທົ່ວປະເທດ ພາຍໃນປີ ...... ລວມທັງການຕິດຕາມການຈັດຕັ້ງປະຕິບັດ.
- 2.1.5. ການປະເມີນ ASLO ມ.4.
- 2.1.6. ພັດທະນາ ແລະ ຈັດຕັ້ງປະຕິບັດ ລະບົບການປະສານງານລະດັບຊາດເພື່ອຈັດຕັ້ງປະຕິບັດການສຳຫຼວດຜູ້ຮຽນຈົບມັດທະຍົມສຶກສາ (ມ.ຕົ້ນ ແລະ ມ.ປາຍ) ເພື່ອຕິດຕາມການຈ້າງງານ, ການສຶກສາຕໍ່ ຫຼື ການຝຶກອົບຮົມ ຂອງຜູ້ຈົບການສຶກສາ.
- 2.1.7. ພັດທະນາຂໍ້ສອບເສັງຈົບຊັ້ນ ແລະ ສອບເສັງນັກຮຽນເກັ່ງຊັ້ນ ມ.ຕົ້ນ ພ້ອມທັງດໍາເນີນການສອບເສັງ.
- 2.1.8. ຊຸກຍູ້ ສົ່ງເສີມການນໍາໃຊ້ໄອຊີທີ, ການສອນດ້ານວິທະຍາສາດ ແລະ ພາສາຕ່າງປະເທດໃນຊັ້ນ ມ.ຕົ້ນ.
- 2.1.9. ຄົ້ນຄວ້າ, ພັດທະນາ, ປັບປຸງຫຼັກສູດ, ປື້ມແບບຮຽນ ແລະ ຄູ່ມືຄູ ຊັ້ນມັດທະຍົມຕອນຕົ້ນ ຈາກ 4 ປີ ມາເປັນ 3 ປີ ລວມທັງສໍາລັບ ການສຶກສາຮຽນຮ່ວມ.
2.2. ການສະໜອງອຸປະກອນ ແລະ ສິ່ງອໍານວຍຄວາມສະດວກໃນການຮຽນການສອນ
- 2.2.1. ສະໜອງ ປື້ມແບບຮຽນ, ຄູ່ມືຄູ, ປື້ມອ່ານເສີມ, ສື່, ອຸປະກອນການຮຽນການສອນ ໃຫ້ພຽງພໍ.
- 2.2.2. ສະໜອງ ຫ້ອງທົດລອງວິທະຍາສາດ, ຫ້ອງຮຽນໄອຊີທີ, ຫ້ອງຮຽນພາສາຕ່າງປະເທດ, ຫ້ອງຝຶກປະຕິບັດ, ຫ້ອງສະໝຸດ.
- 2.2.3. ສະໜອງອຸປະກອນ ແລະ ສື່ການຮຽນການສອນດ້ານໄອຊີທີພື້ນຖານ ສໍາລັບການພັດທະນາວິຊາຊີບຄູ ແລະ ສະໜອງສໍາລັບການນໍາໃຊ້ເພື່ອການຮຽນການສອນ ດິຈີຕອນໃນກຸ່ມເປົ້າໝາຍ.
2.3. ເພີ່ມການພັດທະນາວິຊາຊີບຄູ ມ.ຕົ້ນ ແບບຕໍ່ເນື່ອງຢ່າງມີຄຸນນະພາບ ເພື່ອພັດທະນາຂີດຄວາມສາມາດໃຫ້ແກ່ຄູ ແລະ ປັບປຸງປະສິດທິພາບການເຮັດໜ້າທີ່ຂອງຄູ.
- 2.3.1. ຍຸດທະສາດ ແລະ ວຽກຈຸດສຸມໃນການພັດທະນາວິຊາຊີບຄູແບບຄູແບບຕໍ່ເນື່ອງ ລວມທັງການສ້າງຄູ ແມ່ນລະບຸໃນແຜນຂອງຂະແໜງ ການຍ່ອຍການສຶກສາຄູ (4.1.1.5).
- 2.3.2. ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມໂຮງຮຽນ, ຜູ້ອຳນວຍການ, ຄູປະຈໍາການ ແລະ ຜູ້ເຮັດວຽກສຶກສານິເທດ ລວມທັງການສຶກສາຮຽນຮ່ວມ.
- 2.3.3. ຕິດຕາມ ຊຸກຍູ້ຊ່ວຍເຫຼືອ ແລະ ປະເມີນ ການປະຕິບັດໜ້າທີ່ຜູ້ເຮັດວຽກສຶກສານິເທດ, ນິເທດກຸ່ມໂຮງຮຽນ, ຜູ້ອໍານວຍການໂຮງຮຽນ ແລະ ຄູປະຈໍາການ ລວມທັງການສຶກສາຮຽນຮ່ວມ.
- 2.3.4. ຊຸກຍູ້ ແລະ ສົ່ງເສີມ ຄູທີ່ໄດ້ຮັບຕໍາແໜງວິຊາການ ແລະ ການນິເທດພາຍໃນ.
2.4. ປັບປຸງຄຸນນະພາບການຮຽນ ການສອນ ແລະ ການຮຽນຮູ້ດ້ານວິທະຍາສາດ, ດ້ານດີຈີຕອນ, ນໍາໃຊ້ ICT ໃນໂຮງຮຽນ
- 2.4.1. ສ້າງຄວາມເຂັ້ມແຂງ ກ່ຽວກັບ ການປະເມີນຜົນການຮຽນໃນຫ້ອງຮຽນ.
- 2.4.2. ຊຸກຍູ້ ສົ່ງເສີມການສອນບໍາລຸງໃຫ້ນັກຮຽນທີ່ມີຜົນການຮຽນຕໍ່າ.
- 2.4.3. ສອບເສັງ ນັກຮຽນເກັ່ງລະດັບຊາດ ແລະ ຈົບຊັ້ນມັດທະຍົມສຶກສາຕອນຕົ້ນ.
- 2.4.4. ສົ່ງເສີມ ແລະ ຊຸກຍູ້ຊ່ວຍເຫຼືອ ການຮຽນການສອນພາສາຕ່າງປະເທດ.
- 2.4.5. ສົ່ງເສີມ ການນໍາໃຊ້ການຮຽນຮູ້ດ້ານດີຈິຕອນ, ICT ເຂົ້າໃນ ການຮຽນການສອນ ລວມທັງການສຶກສາຮຽນຮ່ວມ.
- 2.4.6. ສົ່ງເສີມການຮຽນ ການສອນດ້ານວິທະຍາສາດ, ກິລາ ແລະ ສີລະປະ.
- 2.4.7. ຕິດຕາມ ການຈັດຕັ້ງປະຕິບັດຫຼັກສູດ ແລະ ປະເມີນຜົນການຮຽນ ການສອນ.
^ ເລື່ອນຂຶ້ນເທິງ
ບໍລິຫານ-ຄຸ້ມຄອງ
3.1. ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສ້າງແຜນ, ການຄຸ້ມຄອງ ແລະ ການນໍາພາ ຂອງໂຮງຮຽນ ລວມທັງ ກຸ່ມໂຮງຮຽນ
- 3.1.1. ປັບປຸງນິຕິກໍາໃນການບໍລິຫານຄຸ້ມຄອງ ໂຮງຮຽນມັດທະຍົມຕອນຕົ້ນ ແລະ ການນໍາໃຊ້ ICT ເຂົ້າໃນການຄຸ້ມຄອງໂຮງຮຽນທັງພາກລັດ ແລະ ເອກະຊົນ.
- 3.1.2. ພັດທະນາວິຊາຊີບແບບຕໍ່ເນື່ອງ ໃຫ້ແກ່ຜູ້ອໍານວຍການໂຮງຮຽນ ກ່ຽວກັບການຄຸ້ມຄອງໂຮງຮຽນລວມທັງການສຶກສາຮຽນຮ່ວມ.
- 3.1.3. ທົບທວນ, ພັດທະນາ ແລະ ປັບປຸງ ລະບົບການຄັດເລືອກ ແລະ ແຕ່ງຕັ້ງ ຜູ້ອໍານວຍການຊັ້ນມັດທະຍົມ ໂດຍຍົກສູງເພດຍິງໃນການດໍາລົງຕໍາແໜ່ງຜູ້ອໍານວຍການເພື່ອປັບປຸງຄວາມສະ ເໝີພາບຍິງ-ຊາຍ.
- 3.1.4. ສະໜອງອຸປະກອນ ICT ພື້ນຖານໃຫ້ແກ່ໂຮງຮຽນ ມັດທະຍົມ ສໍາລັບການຄຸ້ມຄອງໂຮງຮຽນ ແລະ ສ້າງຄວາມເຂັ້ມແຂງໃນການນໍາໃຊ້ ICT ເຂົ້າໃນການບໍລິຫານຄຸ້ມຄອງໂຮງຮຽນ.
- 3.1.5. ສ້າງຄວາມເຂັ້ມແຂງໃຫ້ແກ່ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ໂຮງຮຽນ ໃນການປ້ອງກັນ, ຕິດຕາມ ແລະ ຕອບໂຕ້ໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ.
- 3.1.6. ພັດທະນາ ກຸ່ມໂຮງຮຽນມັດທະຍົມ ແລະ ກຸ່ມໂຮງຮຽນຕົວແບບ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນ.
- 3.1.7. ທົບທວນການຄົ້ນຄວ້າ ແລະ ວິໄຈ ກ່ຽວກັບ ການປະຕິຮູບລະບົບການສຶກສາຈາກ 5+4+3 ມາ ເປັນ 6+3+3.
- 3.1.8. ຍົກສູງປະສິດທິພາບໃຫ້ແກ່ລະບົບການນິເທດພາຍໃນ, ກຸ່ມໂຮງຮຽນ ແລະ ພາຍໃນສຶກສາຕາແສງ;
- 3.1.9. ກຳນົດນະໂຍບາຍໃນການສົ່ງເສີມຍ້ອງຍໍຄູ, ນັກຮຽນ, ໂຮງຮຽນຕົວແບບ, ກຸ່ມໂຮງຮຽນຕົວແບບ.
3.2. ການສະໜອງ ແລະ ຈັດສັນຊັບພະຍາກອນດ້ານງົບປະມານ ແລະ ບຸກຄະລາກອນຢ່າງພຽງພໍ ແລະ ເທົ່າທຽມ
- 3.2.1. ຕິດຕາມ ການນໍາໃຊ້ເງິນບໍລິຫານສະຖານການສຶກສາ.
- 3.2.2. ທົບທວນ ແລະ ປັບປຸງ ການຈັດສັນ-ສັບຊ້ອນຄູໃນຊັ້ນມັດທະຍົມຕອນຕົ້ນ (ຍຸດທະສາດສະເພາະ ສໍາລັບການຈັດສັນຄູ ແມ່ນຢູ່ໃນແຜນຄຸ້ມຄອງບຸກຄະລາກອນ ຂໍ້ 4.1.4.3).
3.3. ສົ່ງເສີມການມີສ່ວນຮ່ວມຂອງ ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຊຸມຊົນໃນພັດທະນາໂຮງຮຽນ
- 3.3.1. ສ້າງ, ປັບປຸງ ແລະ ເຜີຍແຜ່ ນິຕິກໍາ ກ່ຽວກັບການມີສ່ວນຮ່ວມຂອງ ຊຸມຊົນ ແລະ ສັງຄົມ ຕໍ່ການສ້າງແຜນພັດທະນາໂຮງຮຽນ ແລະ ປະກອບສ່ວນໃນການຈັດຕັ້ງປະຕິບັດ.
- 3.3.2. ສ້າງຄວາມເຂັ້ມແຂງໃຫ້ແກ່ ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຊຸມຊົນ.
- 3.3.3. ປຸກລະດົມຂົນຂວາຍຊຸມຊົນໃຫ້ຊຸກຍູ້ສົ່ງເສີມລູກຫຼານໃຫ້ເຂົ້າຮຽນ ແລະ ຮຽນຈົນຈົບຊັ້ນມັດທະຍົມສຶກສາຕອນຕົ້ນ.
- 3.3.4. ຕິດຕາມ ຊຸກຍູ້ຊ່ວຍເຫຼືອການປະຕິບັດໜ້າທີ່ຂອງສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຊຸມຊົນ.
^ ເລື່ອນຂຶ້ນເທິງ
ຍຸດທະສາດ ແລະ ວຽກຈຸດສຸມ ຂະແໜງການຍ່ອຍມັດທະຍົມສຶກສາຕອນປາຍ
ການເຂົ້າເຖິງການສຶກສາ
1.1. ເພີ່ມອັດຕາ ການເຂົ້າຮຽນ ຊັ້ນມັດທະຍົມຕອນປາຍໃຫ້ຫຼາຍຂຶ້ນ
- 1.1.1. ພັດທະນາ ນິຕິກໍາ ທີ່ສົ່ງເສີມໃຫ້ນັກຮຽນທີ່ຈົບ ຊັ້ນມັດທະຍົມສຶກສາຕອນຕົ້ນ ໄປຕໍ່ຊັ້ນມັດທະຍົມສຶກສາຕອນປາຍ ໂດຍເນັ້ນໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍຂອງຄອບຄົວ.
- 1.1.2. ສ້າງຄວາມເຂັ້ມແຂງໃຫ້ແກ່ ກົນໄກໃນການຄັດເລືອກກຸ່ມເປົ້າໝາຍທີ່ຈະໄດ້ຮັບເບ້ຍລ້ຽງ ແລະ ການຈັດຕັ້ງປະຕິບັດ ລວມທັງການຕິດຕາມ ແລະ ການປະເມີນ ທີ່ສົ່ງຜົນມີຕໍ່ການເຂົ້າຮຽນ.
- 1.1.3. ສືບຕໍ່ ລວມທັງ ຂະຫຍາຍການສະໜອງເບ້ຍລ້ຽງ/ທຶນການສຶກສາ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ ທີ່ມາຈາກຄອບຄົວທຸກຍາກ ແລະ ມີຄວາມສ່ຽງທີ່ຈະປະລະການຮຽນທີ່ເປັນກຸ່ມເປົ້າໝາຍ.
- 1.1.4. ສະໜອງທຶນການສຶກສາ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ນັກຮຽນເກັ່ງລະດັບຊາດ.
- 1.1.5. ສະໜອງຄ່າເດີນທາງໄປໂຮງຮຽນ ສໍາລັບໂຮງຮຽນຫ່າງໄກຈາກບ້ານ ຕາມເງື່ອນໄຂທີ່ເໝາະສົມ.
1.2. ສົ່ງເສີມ ການເຂົ້າຮຽນສາມັນວິຊາຊີບ ຢ່າງເທົ່າທຽມທຸກເພດ
- 1.2.1. ຂະຫຍາຍການຈັດຕັ້ງການຮຽນ-ການສອນສາມັນວິຊາຊີບ ຢູ່ ບັນດາໂຮງຮຽນສາມັນກິນນອນຊົນເຜົ່າ ແລະ ໂຮງຮຽນມັດທະຍົມບ່ອນທີ່ມີເງື່ອນໄຂ.
- 1.2.2. ຕິດຕາມ ແລະ ປະເມີນຜົນ ການສະໜອງເບ້ຍລ້ຽງ ແລະ ການຈັດການຮຽນການສອນສາມັນວິຊາຊີບ.
- 1.2.3. ສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນທີ່ເຂົ້າຮຽນ ຫ້ອງສາມັນວິຊາຊີບ.
- 1.2.4. ສົ່ງເສີມການແນະນໍາເສັ້ນທາງໄປສູ່ອາຊີບ ໃນຊັ້ນມັດທະຍົມສຶກສາ.
- 1.2.5. ສຶກສາ ແລະ ຄົ້ນຄວ້າ ແຜນຄວາມຕ້ອງການຮຽນວິຊາຊີບຂອງນັກຮຽນທີ່ຮຽນໂຮງຮຽນສາມັນກິນນອນຊົນເຜົ່າ.
1.3. ສົ່ງເສີມສະພາບແວດລ້ອມພາຍໃນໂຮງຮຽນທີ່ປອດໄພ, ສົ່ງເສີມສຸຂະພາບ, ດຶງດູດ ແລະ ເອື້ອອໍານວຍ ຕໍ່ການຮຽນຮູ້ຢ່າງມີປະສິດທິພາບ ລວມທັງການສຶກສາຮຽນຮ່ວມ
- 1.3.1. ສະໜອງນໍ້າສະອາດ, ສິ່ງອຳນວຍຄວາມສະດວກ, ອາຄານຮຽນ, ຫໍພັກນັກຮຽນ (ແຍກ ຍິງ-ຊາຍ), ຫ້ອງນໍ້າ (ແຍກ ຍິງ-ຊາຍ), ວິດຖ່າຍທີ່ປອດໄພ (ແຍກ ຍິງ-ຊາຍ), ໃຫ້ແກ່ໂຮງຮຽນ ນັບທັງນັກຮຽນໃນເຂດຫ່າງໄກສອກຫຼີກ.
- 1.3.2. ສະໜອງ ອຸປະກອນຊ່ວຍເຫຼືອ ສໍາລັບ ນັກຮຽນພິການ.
- 1.3.3. ສົ່ງເສີມກິດຈະກໍານອກຫຼັກສູດອື່ນໆ ເຊັ່ນ: ສ້າງສະໂມສອນເດັກຍິງ, ການຫຼິ້ນ ແລະ ແຂ່ງຂັນກິລາ ແລະ ສິລະປະ.
1.4. ປັບປຸງຄຸນນະພາບການສຶກສາ ເພື່ອດຶງດູດ ການເຂົ້າຮຽນ ແລະ ຫຼຸດຜ່ອນການປະລະ
1.4.1. ການປັບປຸງຄຸນນະພາບຂອງການສຶກສາ ຈະເພີ່ມຄຸນຄ່າຂອງການສຶກສາ ທັງຈະສະຫນັບສະຫນູນການເຂົ້າຮຽນທີ່ເພີ່ມຂຶ້ນ, ການຄ້າງຫ້ອງ ແລະ ການປະລະທີ່ຫຼຸດລົງ. (ລາຍລະອຽດດ້ານຍຸດທະສາດ ແມ່ນຢູ່ໃນ ຄຸນນະພາບ ແລະ ການຮຽນຮູ້)
^ ເລື່ອນຂຶ້ນເທິງ
ຄຸນນະພາບ ແລະ ການຮຽນຮູ້
2.1. ສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດຫຼັກສູດ ແລະ ການປະເມີນການຮຽນຂອງນັກຮຽນ ເພື່ອປັບປຸງຜົນການຮຽນ
- 2.1.1. ທົບທວນ ຫຼັກສູດມັດທະຍົມຕອນປາຍ ແລະ ຫຼັກສູດສາມັນວິຊາຊີບ ໃຫ້ສອດຄ່ອງກັບ ຄວາມຕ້ອງການຂອງແຕ່ລະທ້ອງຖີ່ນ.
- 2.1.2. ສ້າງຄວາມເຂັ້ມແຂງ ການນິເທດພາຍໃນ, ການຈັດການສອນຫ້ອງຮຽນສາມັນວິຊາຊີບ ແລະ ການປະເມີນເພື່ອປັບປຸງການຮຽນການສອນ ແລະ ສ້າງລະບົບຕິດຕາມນັກຮຽນທີ່ມີຄວາມສ່ຽງທີ່ຈະອອກໂຮງຮຽນໃນຊັ້ນມັດທະຍົມສຶກສາ.
- 2.1.3. ສົ່ງເສີມການຮຽນການສອນໃນສາຍ STEM, ການສຶກສາຮຽນຮ່ວມ, ການຮຽນການສອນ ພາສາຕ່າງປະເທດ ແລະ ICT (ດິຈິຕອນ ແລະ ປັນຍາປະດິດ) ເຂົ້າໃນການຮຽນການສອນ.
- 2.1.4. ຕິດຕາມ ແລະ ປະເມີນຜົນ ການຮຽນການສອນ STEM, ການສຶກສາຮຽນຮ່ວມ, ການນໍາໃຊ້ ICT ແລະ ພາສາຕ່າງປະເທດ.
- 2.1.5. ສົ່ງເສີມ ການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ແລະ ຕິດຕາມ ການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7).
- 2.1.6. ຕິດຕາມ, ກວດກາ, ປະເມີນຜົນ ແລະ ປະກັນຄຸນນະພາບ ການປະຕິບັດຫຼັກສູດ ໂຮງຮຽນມັດທະຍົມສຶກສາ.
- 2.1.7. ພັດທະນາ ແລະ ຈັດຕັ້ງປະຕິບັດ ລະບົບການປະສານງານລະດັບຊາດເພື່ອ (ມ.ຕົ້ນ ແລະ ມ.ປາຍ) ເພື່ອຕິດຕາມການຈ້າງງານ, ການສຶກສາຕໍ່ ຫຼື ການຝຶກອົບຮົມ ຂອງຜູ້ຈົບການສຶກສາ.
2.2. ການສະໜອງອຸປະກອນ ແລະ ສິ່ງອໍານວຍຄວາມສະດວກໃນການຮຽນການສອນ
- 2.2.1. ສະໜອງ ປຶ້ມແບບຮຽນ, ຄູ່ມືຄູ, ອຸປະກອນ ແລະ ສື່ການຮຽນການສອນ ໃຫ້ແກ່ ໂຮງຮຽນມັດທະຍົມສົມບູນ ແລະ ມັດທະຍົມຕອນປາຍ ບ່ອນທີ່ມີຄວາມຕ້ອງການ.
- 2.2.2. ສະໜອງ ອຸປະກອນໄອຊີທີ, ຄອມພິວເຕີ, ເຄື່ອງທົດລອງ, ຫ້ອງທົດລອງວິທະຍາສາດ, ຫ້ອງສະໝຸດ, ຫ້ອງຮຽນໄອຊີທີ, ຫ້ອງຮຽນພາສາຕ່າງປະເທດ, ຫ້ອງຝຶກປະຕິບັດ ແລະ ອື່ນໆ ລວມທັງ ການສຶກສາຮຽນຮ່ວມ.
- 2.2.3. ສ້າງລະບົບຄຸ້ມຄອງການຮຽນການສອນ ແບບເອເລັກໂຕຣນິກ.
- 2.2.4. ສົ່ງເສີມ ການນໍາໃຊ້ ແພຼັດຟອມການຮຽນການສອນ “ຄັງປັນຍາລາວ”.
2.3. ເພີ່ມການພັດທະນາວິຊາຊີບຄູ ມ.ຕົ້ນ ແບບຕໍ່ເນື່ອງຢ່າງມີຄຸນນະພາບ ເພື່ອພັດທະນາຂີດຄວາມສາມາດໃຫ້ແກ່ຄູ ແລະ ປັບປຸງປະສິດທິພາບການເຮັດໜ້າທີ່ຂອງຄູ.
- 2.3.1. ຍຸດທະສາດ ແລະ ວຽກຈຸດສຸມໃນການພັດທະນາວິຊາຊີບຄູແບບຄູແບບຕໍ່ເນື່ອງ ລວມທັງການສ້າງຄູ ແມ່ນລະບຸໃນແຜນຂອງຂະແໜງ ການຍ່ອຍການສຶກສາຄູ (4.1.1.5)
- 2.3.2. ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມໂຮງຮຽນ, ຜູ້ອຳນວຍການ, ຄູປະຈໍາການ ແລະ ຜູ້ເຮັດວຽກສຶກສານິເທດ ລວມທັງການສຶກສາຮຽນຮ່ວມ.
- 2.3.3. ຕິດຕາມ, ຊຸກຍູ້, ຊ່ວຍເຫຼືອ ແລະ ປະເມີນຄູປະຈໍາການ, ຄູທີ່ໄດ້ຮັບຕໍາແໜ່ງວິຊາການ ແລະ ຜູ້ເຮັດວຽກສຶກສານິເທດ.
2.4. ຄົ້ນຄວ້າ ແລະ ວິໄຈ ໃນການແຍກສາຍຮຽນ ໃນຊັ້ນມັດທະຍົມຕອນປາຍ
- 2.4.1. ສຶກສາຄົ້ນຄວ້າກ່ຽວກັບ ການແຍກສາຍຮຽນ ໃນຊັ້ນມັດທະຍົມສຶກສາຕອນປາຍ (ວິທະຍາສາດ ທໍາມະຊາດ, ວິທະຍາສາດ ສັງຄົມ ແລະ ສາຍທົ່ວໄປ).
- 2.4.2. ທົດລອງ ການຈັດຕັ້ງປະຕິບັດການແຍກສາຍຮຽນ ໃນໂຮງຮຽນມັດທະຍົມ ສຶກສາສົມບູນ ຫຼື ມັດທະຍົມສຶກສາຕອນປາຍ ທີ່ມີເງື່ອນໄຂ.
- 2.4.3. ປະເມີນຜົນຂອງການທົດລອງການຈັດຕັ້ງປະຕິບັດການແຍກສາຍຮຽນໃນຊັ້ນມັດທະຍົມສຶກສາຕອນປາຍ.
- 2.4.4. ຂະຫຍາຍການຈັດຕັ້ງປະຕິບັດການແຍກສາຍຮຽນ ໃນໂຮງຮຽນມັດທະຍົມ ສືຶກສາສົມບູນ ຫຼື ມັດທະຍົມສຶກສາຕອນປາຍ.
2.5. ສ້າງເງື່ອນໄຂໃຫ້ໂຮງຮຽນມັດທະຍົມ ກາຍເປັນໂຮງຮຽນຕົວແບບ
- 2.5.1. ປັບປຸງ ແລະ ພັດທະນານິຕິກຳ ແລະ ກຳນົດ ມາດຕະຖານໃນການສ້າງເປັນໂຮງຮຽນຕົວແບບ ແລະ ກຸ່ມໂຮງຮຽນສາມັນຕົວແບບ.
- 2.5.2. ສ້າງຄວາມເຂັ້ມແຂງໃຫ້ແກ່ໂຮງຮຽນ ເພື່ອພັດທະນາໂຮງຮຽນສາມັນ ໃຫ້ກາຍເປັນໂຮງຮຽນສາມັນຕົວແບບ.
- 2.5.3. ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມໂຮງຮຽນມັດທະຍົມ ເພື່ອພັດທະນາກຸ່ມໂຮງຮຽນມັດທະຍົມໃຫ້ກາຍເປັນກຸ່ມໂຮງຮຽນມັດທະຍົມຕົວແບບ.
- 2.5.4. ສະໜອງພື້ນຖານໂຄງລ່າງ ແລະ ອຸປະກອນ ທີ່ຈໍາເປັນ ໃຫ້ແກ່ໂຮງຮຽນມັດທະຍົມ ກາຍເປັນໂຮງຮຽນຕົວແບບ.
- 2.5.5. ຕິດຕາມ, ກວດກາ, ປະເມີນຜົນ ໂຮງຮຽນຕົວແບບ ແລະ ກຸ່ມໂຮງຮຽນມັດທະຍົມ.
^ ເລື່ອນຂຶ້ນເທິງ
ບໍລິຫານ-ຄຸ້ມຄອງ
3.1. ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສ້າງແຜນ, ການຄຸ້ມຄອງ ແລະ ການນໍາພາໂຮງຮຽນ
- 3.1.1. ສ້າງ ແລະ ພັດທະນາ ນິຕິກໍາ ໃນການຄຸ້ມຄອງໂຮງຮຽນສາມັນ.
- 3.1.2. ສ້າງ ແລະ ພັດທະນາ ນິຕິກໍາ ກ່ຽວກັບ ຕໍາແໜ່ງວິຊາການຄູ.
- 3.1.3. ພັດທະນາວິຊາຊີບແບບຕໍ່ເນື່ອງ ໃຫ້ແກ່ ຜູ້ບໍລິຫານໂຮງຮຽນ ກ່ຽວກັບ ບໍລິຫານ ແລະ ຄຸ້ມຄອງ ແລະ ການເປັນຜູ້ນໍາດ້ານການສິດສອນ.
- 3.1.4. ຕິດຕາມ, ຊຸກຍູ້, ຊ່ວຍເຫຼືອ ແລະ ປະເມີນ ຜູ້ບໍລິຫານໂຮງຮຽນ.
- 3.1.5. ພັດທະນາລະບົບໃນການຕິດຕາມ ແລະ ສ້າງຄວາມເຂັ້ມແຂງ ໃນວຽກງານການຄຸ້ມຄອງຄວາມສ່ຽງຕໍ່ໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດໃນຂະແໜງ ການສຶກສາ.
- 3.1.6. ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານແຕ່ລະຂັ້ນ ແລະ ໃຫ້ຄວາມຮູ້ແກ່ນັກຮຽນກ່ຽວກັບວຽກງານຕ້ານການຄ້າມະນຸດໃນໂຮງຮຽນ.
3.2. ການສະໜອງ ແລະ ຈັດສັນຊັບພະຍາກອນດ້ານງົບປະມານ ແລະ ບຸກຄະລາກອນຢ່າງພຽງພໍ ແລະ ເທົ່າທຽມ
- 3.2.1. ຕິດຕາມ ການນໍາໃຊ້ເງິນບໍລິຫານສະຖານການສຶກສາ
3.2.2. ທົບທວນ ແລະ ປັບປຸງ ການສະໜອງ, ຈັດສັນ-ສັບຊ້ອນຄູຕາມລາຍວິຊາທີ່ຈັດການຮຽນການສອນ ໃນຊັ້ນມັດທະຍົມສຶກສາ
3.3. ສົ່ງເສີມການມີສ່ວນຮ່ວມຂອງ ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຊຸມຊົນໃນພັດທະນາໂຮງຮຽນ
- 3.3.1. ສ້າງ ແລະ ປັບປຸງ ນິຕິກໍາ ກ່ຽວກັບການມີສ່ວນຮ່ວມຂອງຊຸມຊົນ ຕໍ່ວຽກງານການສຶກສາ.
- 3.3.2. ສ້າງຄວາມເຂັ້ມແຂງໃຫ້ແກ່ ສະມາຄົມພໍ່ແມ່ນັກຮຽນ ເພື່ອຊຸກຍູ້ລູກຫຼານເຂົ້າຮຽນຊັ້ນ ມ.ປາຍ ຈົນຈົບ ແລະ ເຂົ້າຮຽນຕໍ່ວິຊາຊີບ/ການສຶກສາຊັ້ນສູງ
- 3.3.3. ສົ່ງເສີມ ນິຕິບຸກຄົນລົງທືນໃສ່ການພັດທະນາການສຶກສາຊັ້ນມັດທະຍົມສຶກສາ.
- 3.3.4. ຕິດຕາມ ແລະ ປະເມີນຜົນ ການເຮັດວຽກຂອງ ສະມາຄົມພໍ່ແມ່ນັກຮຽນ.
- 3.3.5. ໂຄສະນາ ແລະ ສົ່ງເສີມວຽກງານການຮຽນຮູ້ຕະຫຼອດຊີວິດ ແລະ ການຕ້ານສະກັດກັ້ນການຄ້າມະນຸດໃນນັກຮຽນຊັ້ນມັດທະຍົມສຶກສາ
^ ເລື່ອນຂຶ້ນເທິງ